ເຖິງບັນດາໝູ່ເພື່ອນ,

ພວກເຮົາກຳລັງທຳການວິໄຈກ່ຽວກັບບົດບາດຂອງແມ່ຍິງໃນການເຄື່ອນໄຫວດ້ານຂໍ້ມູນຂ່າວສານເປີດ ໃນພາກພື້ນລຸ່ມແມ່ນ້ຳຂອງ. ໂດຍສະເພາະ ພວກເຮົາສົນໃຈທີ່ຈະສຶກສາວ່າແມ່ຍິງເຂົ້າມາມີສ່ວນຮ່ວມໃນຂົງເຂດວຽກງານນີ້ຍ້ອນເຫດຜົນຫຍັງ ແລະ ດ້ວຍວິທີການໃດແດ່, ລວມເຖິງມີອຸປະສັກຫຍັງແດ່ທີ່ມີຜົນຕໍ່ບົດບາດຂອງແມ່ຍິງໃນຂົງເຂດວຽກງານນີ້. ຍິ່ງໄປກວ່ານັ້ນ ພວກເຮົາຕ້ອງການທຳຄວາມເຂົ້າໃຈວ່າ ຂໍ້ມູນເປີດ - ແລະ ການເຂົ້າເຖິງຂໍ້ມູນຂ່າວສານໂດຍລວມ - ຊ່ວຍສົ່ງເສີມຜົນປະໂຫຍດຂອງແມ່ຍິງຄືແນວໃດໃນລະດັບພາກພື້ນລຸ່ມແມ່ນ້ຳຂອງ.

ບົດສຳຫຼວດນີ້ຈະວາດພາບໂຄງສ້າງຂອງຜູ້ມີສ່ວນຮ່ວມ ແລະ ຂະບວນການເຄື່ອນໄຫວດ້ານຂໍ້ມູນເປີດ ທີ່ແມ່ຍິງມີບົດບາດຫ້າວຫັນ ແລະ ມີສ່ວນພົວພັນກ່ຽວຂ້ອງໃນຂະບວນການພັດທະນາຂໍ້ມູນເປີດ ຕາມຕ່ອງໂສ້ຂໍ້ມູນເປີດທັງໝົດ ເພື່ອສົ່ງເສີມຄວາມເຂົ້າໃຈກ່ຽວກັບການມີສ່ວນຮ່ວມຂອງແມ່ຍິງໃນຂໍ້ມູນເປີດຢູ່ໃນບັນດາປະເທດເຫຼົ່ານີ້.

ການປະກອບສ່ວນໃນການວິໄຈນີ້ແມ່ນຂຶ້ນກັບຄວາມສະໝັກໃຈຂອງທ່ານ. ແບບສອບຖາມຕໍ່ໄປນີ້ ຄວນໃຊ້ເວລາຕອບບໍ່ເກີນ 20 ນາທີ  ແລະ ທຸກໆຄຳຕອບຂອງທ່ານຈະຖືກເກັບຮັກສາເປັນຄວາມລັບ. ທ່ານສາມາດເລືອກຕອບຄຳຖາມທີ່ທ່ານສົນໃຈ ຫຼື ສາມາດຢຸດຕິການຕອບຄຳຖາມໄດ້ຕາມຕ້ອງການ.

ພວກເຮົາຂໍສະແດງຄວາມຮູ້ບຸນຄຸນເປັນຢ່າງສູງທີ່ທ່ານໄດ້ສະຫຼະເວລາເຂົ້າຮ່ວມໃນການວິໄຈຂອງພວກເຮົາ. ຂໍຂອບໃຈຕໍ່ຄວາມກະລຸນາໃນຄັ້ງນີ້.

T